ໃນພິທີດັ່ງກ່າວສະຫາຍ ຄຳສຸກ ຜົງສະໃໝ ຮອງເລຂາໜ່ວຍພັກພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງໄດ້ກ່າວຈຸດປະສົງສະເໜີ ແຂກເຂົ້າຮ່ວມ ແລະ ຜ່ານມະຕິຕົກລົງ ຂອງຄະນະພັກແຂວງໄຊສົມບູນ ວ່າດ້ວຍການເລື່ອນສະມາຊິກພັກສຳຮອງຂື້ນເປັນສົມບູນ ພ້ອມທັງສະເໜີໃຫ້ສະມາຊິກສຳຮອງ ຂຶ້ນຢືນກາງເວທີ.
ຈາກນັ້ນ ສະຫາຍ ພູແກ້ວ ອິນທະວົງ ເລຂາໜ່ວຍພັກພະແນກ ປທສ ແຂວງໄດ້ຂື້ນກ່າວຮັບເອົາສະມາຊິກພັກສົມບູນໃໝ່ ແລະ ມອບມະຕິຕົກລົງຂອງຄະນະພັກແຂວງໄຊສົມບູນ. ພ້ອມດຽວກັນນັ້ນສະຫາຍຍັງໄດ້ຕ່າງໜ້າຄະນະພັກຂັ້ນເທິງ ໂອ້ລົມຊິ້ທິດເຍືອງທາງໃຫ້ແກ່ສະມາຊິກສົມບູນໃໝ່ ເພື່ອນຳໄປພັດທະນາຕົນເອງໃຫ້ມີຄວາມກ້າວໜ້າຈົນກາຍເປັນສະມາຊິກພັກຜູ້ດີເດັ່ນ.